ຫົວພັນຄຶກຄັກ ມວນຊົນແຫ່ຊົມດອກຄາຍກາງອາກາດໜາວ
ດອກຄາຍປ່າຖືເປັນສີສັນໃໝ່ຂອງການທ່ອງທ່ຽວພາຍໃນແຂວງຫົວພັນໄລຍະນີ້ໂດຍສະເພາະຊ່ວງທ້າຍອາທິດຜ່ານມາ,ມວນຊົນພາຍໃນ ແລະຕ່າງແຂວງລ້ວນໃຫ້ຄວາມສົນໃຈມາທ່ຽວຊົມ ແລະຖ່າຍຮູບອວດເອ້ຄວາມງົດງາມຂອງດອກໄມ້ເມືອງໜາວຊຶ່ງຂະແໜງທ່ອງທ່ຽວພະແນກ ຖວທ ແຂວງຫົວພັນກໍໃຫ້ຄວາມສຳຄັນຕໍ່ບັນຫານີ້. ດອກຄາຍປ່າເປັນຕົ້ນໄມ້ເມືອງໜາວ, ຫາພົບໄດ້ງ່າຍຕາມທຳມະຊາດໃນພາກເໜືອຂອງລາວເລີ່ມອອກດອກແຕ່ທ້າຍເດືອນທັນວາຫາທ້າຍເດືອນມັງກອນຂອງທຸກໆປີ, ດອກມີສີສັນງົດງາມຄ້າຍດອກຄາຍບ້ານ, ມີໝາກນ້ອຍ ແລະມີລົດຂົມ. ສະເພາະຢູ່ແຂວງຫົວພັນ, ການປູກດອກຄາຍປ່າໄດ້ມີແນວຄິດເລີ່ມ ແລະປູກລຽບຕາມສາຍທາງຫຼວງ, ຕົວເມືອງຕ່າງໆມາແຕ່ປີ 2008…