ປະຫວັດ ພະທາດຫລວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ.

ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພະທາດຫຼວງເທື່ອທຳ ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານ ລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ. ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພະທາດນ້ອຍສາມສິບອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ.

 

ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ ໃສ່ຊື່ພຣະທາດວ່າ”ພະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄສ1571. ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິ ນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.

 

ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພພະທາດນ້ອຍອ້ອມພະທາດໃຫຍ່ນັ້ນເພື່ອຊອກຫາ ເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພະທາດ ຈຶ່ງເຮັດໃຫ້ພະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ ເພລົງຕື່ມອີກ. ປີຄສ 1900 ເມື່ອຝຣັ່ງໄດ້ປະເທດລາວແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດ ຂອງພະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພະທາດໄປ. ອີກຕໍ່ມາ ປີຄສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງ ຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພະທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບ ຊົງຄື ເກົ່າ. ປີຄສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ ລັດຖະ ບານລາວພາຍໄຕ້ພະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດ ບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ທຳການ ຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ ພຣະອົງໄດ້ຊົງສ້າງພະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.

 

ພະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228ໃບ, ມີບໍລິວານ(ທາດນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາລະມີສາມສິບທັດ, ຕີນພະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.
ຂໍ້ມູນຈາກ:ມໍລະດົກລ້ານຊ້າງ

ພາບ: buan Thaveevanh

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *