ຄວາມໝາຍຄວາມສຳຄັນຂອງ “ບຸນອອກພັນສາ”

ຄຳວ່າ ອອກພັນສານັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງອອກຈາກເຂດຈຳກັດຫຼັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທທີ່ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜິ່ງວ່າ ການອອກຈາກລະດູຝົນ. ເມື່ອເຖິງມື້ຂຶ້ນ14 ຄໍ່າຂອງເດືອນ11 ຊາວພຸດ ທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ. ເມື່ອເຖິງມື້ເພັງ15 ຄໍ່າ ເດືອນ 11 ເວລາ 7 ໂມງເຊົ້າ ຊາວພຸດທັງຫຼາຍກໍມາເຕົ້າໂຮມກັນຖວາຍຂອງທານ ທທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ.

ດັ່ງນັ້ນວັນນີ້, ມື້ເພັງ15 ຄໍ່າຂອງເດືອນ 11 ຖືວ່າ ແມ່ນມື້ສະເຫຼີມສະຫຼອງ ການອອກຈາກການຈຳພັນສາຄົບ3 ເດືອນ ຂອງພະພິກຂຸສົງ. ຕາມປະເພນີລາວແຕ່ເກົ່າແລ້ວ ເວລາໄກ້ຈະຮອດວັນບຸນອອກພັນສາ ຊາວບ້ານ ໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ ຂີ້ເຈຍ ມາຕຳປະສົມກັນ ໃຫ້ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍໃບລານແຫ້ງ.ພໍຕົກຄໍ່າມາຂອງມື້ເພັງ ຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດອີກ ເພ່ືອພ້ອມກັນສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດ ພະທຳ ແລະ ພະສົງ.

ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ບ້ານເຮືອນຂອງໃຜລາວເພື່ອບູຊາ ຄຸນ ພະພຸດ ພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນໍ້າເຊິ່ງປົກກະຕິແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ເພັງເອງ. ບາງບ້ານກໍ ເຮັດແບບງ່າຍດາຍ ຈາກທ່ອນກວ້ຍເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວ ຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກວ້ຍ.ຈາກນັ້ນ ເພິ່ນເອົາຕົ້ນກາລະພຶກຕັ້ງໄວ້ ຢູ່ເທິງກາງຂອງແຜ່ນໄມ້ ແລ້ວຈຶ່ງໄຕ້ກະບອງ ລຽນໃສ່ເຮືອໄຟ ເພື່ອໃຫ້ແນມເຫັນແສງໄຟໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ່ພ້ອມກັນອະທິດຖານຕ່າງໆນາໆ ເຊັ່ນວ່າ ຂໍໃຫ້ຊີວິດມີຄວາມສຸກ ປັດສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທີ່ການງານ,ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟອອກສູ່ແລວນໍ້າ, ເພິ່ນເອີ້ນຂະບວນການນີ້ວ່າ“ການໄຫຼເຮືອໄຟ”.

ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ ມັດເຂົ້າກັນເປັນຮູບຊົງເຮືອໃຫຍ່ມີການກະກຽມຫຼາຍວັນ. ຢູ່ຕາມລຳນໍ້າ ຖ້າວ່າ ຜູ້ໃດຫາກ ລັດເອົາເຮືອໄຟດັ່ງກ່າວໄດ້ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫຼືອຫຼາຍ, ມີຄວາມເຊື່ອວ່າຄອບຄົວຂອງ ຜູ້ນັ້ນ ຈະມີຊີວິດ ທີ່ປັດສະຈາກໂລກໄພ ໄຂ້ເຈັບທັງຫຼາຍທັງປວງໃນປີນັ້ນ. ແຕ່ ຢູ່ໃນຕົວເມືອງໃນປັດຈຸບັນ ໂດຍສະເພາະ ຊາວໜຸ່ມໄດ້ນຳເອົາກະໂທງ ເຮັດດ້ວຍທ່ອນກວ້ຍ ປະດັບປະດາດ້ວຍ ທູບທຽນ ແລະດອກໄມ້ ເຊິ່ງແມ່ນຮູບແບບປະຍຸກໃໝ່ ໄປລອຍນໍ້າຫຼັງຈາກທີ່ໃຫ້ພະສູດ ແລະວຽນທຽນຢູ່ໃນວັດແລ້ວ ພ້ອມທັງ ອະທິຖານຕ່າງໆນາໆ, ເອີ້ນຂະບວນການນີ້ວ່າ“ການລອຍກະໂທງ”.

ພໍຮອດມື້ຕໍ່ມາ ມື້ແຮມ 1 ຄໍ່າ ກໍມີການຈັດຊ່ວງເຮືອລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫຼອດທັງຄືນ. ຈຸດປະສົງ ຂອງການຊ່ວງເຮືອ ແລະ ການໄຫຼເຮືອໄຟ ແມ່ນເພື່ອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກ ພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນໍ້າ ລຳເຊຕະຫຼອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກແຕ່ບູຮານນະການມາ.

ການທີ່ຊາວພຸດທັງຫຼາຍ ແຫ່ວຽນທຽນ,ເຮັດເຮືອໄຟໂຄກ ແລະ ໄຕ້ທູບ ໄຕ້ທຽນ… ແມ່ນຖືເອົາຕາມແບບຢ່າງຂອງເທບພະບຸດ ແລະ ເທບພະທິດາທັງຫຼາຍ ທີ່ແຫ່ພະສຳມາສຳພຸດທະເຈົ້າ ເມື່ອຄັ້ງພະອົງສະເດັດຈາກຊັ້ນດາວະດິງ ຄືໝາຍເຖິງເມືອງສະຫວັນຊັ້ນຟ້າ ລົງມາສູ່ເມືອງມະນຸດ ໃນມື້ແຮມ 1 ຄໍ່າ ເດືອນ 11, ລົງມາຕາມຂັ້ນໄດແກ້ວ, ຂັ້ນໄດຄຳ ແລະຂັ້ນໄດເງິນ. ພະອົງສະເດັດ ລົງຕາມຂັ້ນໄດຄຳ, ສ່ວນ ເທບພະບຸດ ເທບພະທິດາ ແລະສາວົກທັງຫຼາຍ ແມ່ນ ລົງຕາມຂັ້ນໄດເງິນ ແລະ ຂັ້ນໄດແກ້ວ ທີ່ຕັ້ງຢູ່ສອງຟາກຂ້າງຂອງຂັ້ນໄດຄຳ. ການແຫ່ພະອົງໃນຄັ້ງນັ້ນ ເປັນຂະບວນການແຫ່ ທີ່ຍິ່ງໃຫຍ່ ແລະຕະຫຼອດເສັ້ນທາງ ພະອົງມີລັດສະໝີເປັ່ງປະກາຍສະຫວ່າງ ສະໄຫວໄປທົ່ວໂລກເຮັດໃຫ້ເທບພະບຸດ ເທບທິດາ ທີ່ຢູ່ເມືອງສະຫວັນຊັ້ນຟ້າ, ມະນຸດ ທີ່ຢູ່ໃນໂລກຂອງມະນຸດ ແລະ ສັດນະຮົກທຸກປະເພດ ທີ່ຢູ່ຊັ້ນຕໍ່າສຸດ ໄດ້ເຫັນແຈ້ງສະພາບຂອງກັນແລະ ກັນໝົດ.

ດັ່ງນັ້ນ ພວກເຮົາຊາວພຸດທັງຫຼາຍ ໂດຍຖືເອົາຕາມຄວາມເຊື່ອ ທີ່ມີມາແຕ່ກ່ອນນັ້ນ ມາປະຕິບັດກັນ ຈົນເປັນປະເພນີ ສືບຕໍ່ກັນມາເທົ່າທຸກວັນນີ້. ສໍາລັບດອກໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນອອກພັນສາ ແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອື່ນເຊັ່ນ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ,ເອ້ໝາກເບັງ, ເອ້ກະໂທງ, ສ່ວນວ່າ ດອກບົວຫຼວງ ແມ່ນເພິ່ນນຳໃຊ້ ບູຊາພະ ແລະ ໃສ່ໃນບາດສະຫວັນເທົ່ານັ້ນ.

ບົດຄວາມ: ຄະນະສີລະປະ ພະນາວັນ

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *