ໜາວຫຼາຍ! ຫົວພັນແຈ້ງໂຈະ ເຂົ້າໂຮງຮຽນຊົ່ວຄາວ ເນື່ອງຈາກອາກາດໜາວເຢັນຫຼາຍ

ອີງຕາມສະພາບດິນຟ້າອາກາດທີ່ຍັງຈະສືບຕໍ່ນາວເຢັນຢູ່ໃນທົ່ວແຂວງແຂວງຫົວພັນ; ອີງຕາມປະຕິທຶນການສຶກສາ ແລະ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະພະແນກສຶກສາທິການ ແລະ ກິລາແຂວງ ຄັ້ງວັນທີ 11 ມັງກອນ 2021;
ພະແນກສຶກສາທິການ ແລະ ກິລາແຂວງຂໍແຈ້ງມາຍັງ ບັນດາທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 10 ເມືອງ ແລະ ບັນດາໂຮງຮຽນ ສາມັ່ນສຶກສາ ໃນທົ່ວແຂວງຫົວພັນຊາບກ່ຽວກັບການຈັດຕັ້ງສອບເສັງພາກຮຽນທີ່ I ແລະ ການພັກຮຽນໄລຍະອາກາດທີ່ຫນາວເຢັນ ຢູ່ໃນແຂວງຫົວພັນດັ່ງນີ້:
1 ສໍາລັບໂຮງຮຽນ ລ້ຽງເດັກ ແລະ ອະນຸບານ ພາກລັດ ແລະ ເອກະຊົນ ແມ່ນໃຫ້ພັກການຮຽນນັບແຕ່ວັນທີ 12 ມັງກອນ ເປັນຕົ້ນໄປຈົນຮອດ ວັນທີ 25 ມັງກອນ 2021 ແມ່ນເຂົ້າຮຽນພາກຮຽນທີ II3 ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແຈ້ງໃຫ້ບັນດາໂຮງຮຽນພາຍໃນເມືອງຂອງຕົນຊາບຢ່າງທົ່ວເຖີງ ແລະຮີບດ່ວນ