ສະຫງ່າງາມ ເພື່ອຮັບໃຊ້ໃຫ້ແກ່ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ບັນດາເສັ້ນທາງສາຍຫລັກ ເຊັ່ນ: ຖະໜົນລ້ານຊ້າງ, ຖະໜົນ ໄກສອນ ພົມວິຫານ,ວົງວຽນ 450 ປີ, ຖະໜົນສຸພານຸວົງ ແລະ ຖະໜົນເສັ້ນອື່ນໆ
ລວມເຖິງບັນດາສຳນັກງານ-ອົງການ ໄດ້ມີການປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ, ທຸງທິວ ແລະ ປ້າຍຄຳຂວັນຢູ່ຕາມຈຸດຕ່າງໆຢ່າງສະຫງ່າງາມ ເພື່ອຮັບໃຊ້ໃຫ້ແກ່ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.
ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ຢູ່ນະຄອນຫລວງວຽງຈັນ.
ແຫຼ່ງຂໍ້ມູນ: ຂປລ