ທົ່ວແຂວງອັດຕະປື ທຸກບ້ານມີເສັ້ນທາງເຂົ້າເຖິງ ພ້ອມທຽວໄດ້ທັງສອງລະດູແລ້ວ

ຕະຫຼອດໄລຍະຜ່ານມາຄະນະພັກອໍານາດການປົກຄອງ ແຂວງອັດຕະປື ໄດ້ສຸມໃສ່ການພັດທະນາດ້ານພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຈາກຕົວເມືອງລົງໄປຫາຊົນນະບົດ ເຂດຫ່າງໃກສອກລີກ ເພື່ອອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນໃນການສັນຈອນໄປມາ ຂົ່ງສົ່ງ ຊື້-ຂາຍແລກປ່ຽນສິນຄ້າ ໄດ້ຢ່າງສະດວກ ແລະ ວ່ອງໄວ .
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ່ 1 ເມື່ອບໍ່ດົນຜ່ານມານີ້ວ່າ: ປະຈຸບັນທຸກບ້ານພາຍໃນ ແຂວງອັດຕະປື ໄດ້ມີເສັ້ນທາງເຂົ້າເຖິງ ພ້ອມທຽວໄດ້ທັງສອງລະດູໝົດທຸກບ້ານແລ້ວ
ເຊິ່ງໃນປີຜ່ານມາຄະນະພັກອໍານາດການປົກຄອງໄດ້ເອົາໃສ່ລົງຊຸກຍູ້-ຕິດຕາມໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງທີ່ໄດ້ຮັບອະນຸມັດຈັດຕັ້ງປະຕິບັດ,ເຊິ່ງມີທາງຫຼວງແຫ່ງຊາດ,ທາງຫຼວງທ້ອງຖີ່ນ ແລະ ວຽກຟື້ນຟູສ້ອມແປງເສັ້ນທາງ,ໃນປີ 2020 ມີທັງໝົດ 23 ໂຄງການ,ມີລວງຍາວ 596,34 ກິໂລແມັດ,ມີມູນຄ່າລວມ 140,75ຕື້ກີບ,ປະຕິບັດໜ້າວຽກໄດ້ 93,61 ຕື້ກີບ,ເທົ່າກັບ 66% .
ເຊິ່ງມາຮອດປະຈຸບັນທົ່ວແຂວງມີເສັ້ນທາງຍາວ 1.500,85 ກິໂລແມັດ,ທຽບໃສ່ປີ 2019 ຜ່ານມາ,ເພີ່ມຂື້ນ 113,76 ກິໂລແມັດ,ໃນນັ້ນແຍກຕາມປະເພດທາງມີ 5 ເສັ້ນທາງໃຫ່ຍຄື:
ທາງຄອນກີດຍາວ 0,5 ກິໂລແມັດ,ທາງປູອັດສະຟານຍາວ 114,9 ກິໂລແມັດ,ທາງປູຢາງຍາວ 247,26 ກິໂລແມັດ,ທາງປູຫີນແຮ່ຍາວ 826,85 ກິໂລແມັດ ແລະ ທາງດິນທຳມະຊາດຍາວ 311,84 ກິໂລແມັດ ແລະ ໃນນີ້ບ້ານທີ່ມີທາງເຂົ້່າເຖິງ ພ້ອມທຽວໄດ້ທັງ 2 ລະດູ ມີ 144 ບ້ານ,ກວມເອົາ 100% .
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕື່ມວ່າ: ໃນປີ 2021 ແຂວງອັດຕະປື ມີແຜນຈະຍົກລະດັບທາງປູຢາງ 2 ຊັ້ນ ພາຍໃນເທດສະບານແຂວງ,ພ້ອມມີແຜນທຸກເສັ້ນທາງພາຍໃນເທດສະບານຂອງແຂວງ ໃຫ້ໄດ້ນໍາໃຊ້ທາງປູຢາງທັງໝົດ ແລະ ຈະສຸມໃສ່ໂຄງການຕິດຕັ້ງລະບົບ ໄຟຟ້າແສງຕາເວັນ ເຂົ້າ 4 ຕົວເມືອງຂອງແຂວງ ເພື່ອອໍານວຍຄວາມສະດວກໃນການສັນຈອນ ຕາມເສັ້ນທາງແຕ່ແຂວງຫາເມືອງ .
ຂ່າວ: ວັດທະນາ