ເຫັດຫລິນຈື ປິ່ນປົວພະຍາດມະເຮັງໃນຂັ້ນທຳອິດ ແລະຊ່ວຍກະຕຸ້ນພຸ້ມຄູ້ມກັນຂອງຮ່າງກາຍ

ລັກສະນະຂອງເຫັດຫລິນຈື: ດອກເຫັດທົນໄດ້ 1 ປີ, ຈະມີກ້ານຍາວ ຫຼື ສັ້ນນັ້ນແມ່ນຂື້ນກັບທາດອາຫານ ແລະ ແຫຼ່ງທີ່ເກີດ. ສ່ວນຫຼາຍແມ່ນເກີດຈາກຂ້ອນໄມ້ ຫຼື ຮາກໄມ້ໂດກຝັງດີນຢູ່, ໂດຍທົ່ວໜາເຖີງ 20 ມມ, ບາງຄັ້ງອາດຈະຫຼຸດ ຫຼື ຫຼື່ນນີ້ເລັກນ້ອຍ.

ໝວດເຫັດຮູ້ວີ ຫຼື ຮູບເຄີ່ງວົງມົນ, ບໍ່ສະໜໍ່າສະເໜີ, ເສັ້ນຜ່າສູນກາງ 100−200 ມມ, ໜາ 10−20 ມມ, ຜີວດ້ານເທີງຈະເຫຼື້ອມເປັນເຫງົາເຄືອບດ້ວຍສີນ້ຳຕານດຳ, ບໍ່ລຽບ, ຂອບເປັນຄື້ນ. ຮູສະປໍສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີນ້ຳຕານ.

ຈາກການທົບທວນເອກະສານຖານຂໍ້ມູນຂອງ Cochrane ປີ 2015, ພົບວ່າມີຫຼັກຖານບໍ່ພຽງພໍຂອງການໃຊ້ ເຫັດຊະນີດນີ້ເພື່ອຮັກສາພະຍາດມະເຮັງໃນຂັ້ນທຳອິດ.

ສະແດງວ່າເຫັດຫລິນຈືອາດມີ ປະໂຫຍດ ເປັນຕົວທາງເລືອກໃນການຮັກສາແບບເດີມໂດຍຄຳນືງເຖີງປະສິດທິພາບຕໍ່ຕ້ານການຈະເລີນເຕີບໂຕຂອງເນື້ອງອກ ແລະ ກະຕຸ້ນພຸ້ມຄູ້ມກັນຂອງຮ່າງກາຍ. ການສຶກສາຍັງບໍ່ມີຂໍ້ມູນສະໜັບສະໜູນການໃຊ້ເຫັດຫລິນຈືໃນການຮັກສາປັດໄຈສ່ຽງຂອງພະຍາດຫົວໃຈ ແລະ ຫຼອດເລືອດໃນຜູ້ເປັນພະຍາດເບົາຫວານ.

ເຫັດຫລິນຈືຜະລິດກຸ່ມທາດຂອງ ໄຕເຕີເພັນເນັດ ທີ່ເອື້ນກັນວ່າ ກາໂນເດອິກ ອາຊີດ ເຊີ່ງມີທາດໂຄ້ງສ້າງໃກ້ຄຽງກັບ ສະເຕຣອຍ ຮໍໂມນ. ນອກນັ້ນມັນຍັງສາມາດສ້າງທາດອື່ນໆທີ່ພົບເປັນທາດປະສົມເຊັ່ນ ໂປລີຊັກຄາໄຣດ໌ (ເຊັ່ນ ເບຕາກລູແຄນ), ຄູມາລີນ, ແມນນິໂທລ ແລະ ອາລຄາລອຍ.

ສະເຕີຣອຍທີ່ແຍກໄດ້ຈາກເຫັດນີ້ມີ ກາໂນເດີໂຣລ, ກາໂນເດີເຣນິກ ອາຊິດ, ກາໂນເດີລອຍ, ການໂນເດີແມນໂນນທອຍ, ລູຊີດາດອຍ ແລະ ກາໂນເດີມາດອຍ. ໂປຣຕີນໃນລະບົບພູ້ມຄູ້ມກັນຂອງເຊື້ອຣາ (FIPs) ເປັນທາດທີ່ຕ້ານເຊື້ອ ແລະ ມີການສ້າງພູ້ມຄູ້ມກັນຂອງຮ່າງກາຍ.