ການຕຳເຂົ້າກິດຈະວັດປະຈຳວັນຂອງຄົນສະໄຫມກ່ອນ

ໃນສະໄຫມກ່ອນ ເຂົ້າເປືອກຈະຖືກແປສະພາບເປັນເຂົ້າສານໂດຍຜ່ານການໃຊ້ຄົກຕຳ, ຄົກຕຳມີຢູ່ຫລາຍປະເພດ ທັງແບບຄົກມອງທີ່ໃຊ້ແຮງຄົນຢຽບ,​ ຄົກມືທີ່ຕຳດ້ວຍມື ຫລືຄົກທີ່ໃຊ້ພະລັງງານນ້ຳທົດແທນແຮງຄົນ.

ການຕຳເຂົ້າຖືວ່າເປັນກິດຈະວັດປະຈຳວັນຂອງຄົນສະໄຫມກ່ອນເຊິ່ງຈະເລີ່ມຂຶ້ນຕັ້ງແຕ່ເຊົ້າມືດ ກ່ອນການໄປໄຮ່ໄປນາ ຫລື ບ່າວສາວບາງກຸ່ມກໍຈະພາກັນຕຳກາງຄືນໃນຍາມເດືອນແຈ້ງ. ນອກນັ້ນ,​ການຕຳເຂົ້າບາງທ້ອງຖິ່ນຍັງມີຄວາມເຊື່ອແປກໆເຊັ່ນ ບາງບ້ານຕ້ອງຕຳເຂົ້າດ້ວຍຄົກມືເທົ່ານັ້ນ ຫ້າມໃຊ້ຄົກມອງເພາະຈະ ‘ຄະລຳ’​ ຫລື ‘ຜິດຜີ’.

ມາຮອດປັດຈຸບັນນີ້ ບໍ່ວ່າຄົກມອງ ຫລືຄົກມືກໍ່ເລີ່ມສູນຫາຍໄປເພາະຖືກແທນທີ່ດ້ວຍເຄື່ອງສີທີ່ທັນສະໄຫມ ທີ່ສາມາດແປຮູບເຂົ້າສານໄດ້ໄວກວ່າ ແລະຂາວງາມກວ່າ ແຕ່ຂໍ້ດີອັນຫນຶ່ງຂອງເຂົ້າສານທີ່ໄດ້ຈາກການຕຳ ແມ່ນສາມາດຮັກສາຄຸນຄ່າທາງອາຫານໄດ້ດີກວ່າເຂົ້າທີ່ຜ່ານການສີຈົນຂາວ.​