ການແຫ່ເຂີຍ ຫລື ແຫ່ຂັນຫມາກ

ສະໄຫມກ່ອນ ການແຫ່ເຂີຍໄດ້ຖືເປັນເລື່ອງພິຖີພິຖັນຄັກແນ່ຄື ຈະພາເຂີຍອອກຈາກສາຍຄາເຮືອນຂອງຕົນ ໃຫ້ຖືກຣືກຖືກຍາມທີ່ໄດ້ກຳນົດໄວ້ນັ້ນແທ້.​ຫມໍໂຫນຈຶ່ງມີບົດບາດສຳຄັນໃນເລື່ອງນີ້ ເພື່ອກຳນົດຣືກງາມຍາມດີ ແລະມີຄຳກ່າວກັນວ່າ: ”​ການແຫ່ເຂີຍອອກຈາກເຮືອນມຸ່ງຫນ້າສູ່ເຮືອນເຈົ້າສາວໂດຍບໍ່ພັກເຊົາທີ່ໃດຈັກເທື່ອຖືເປັນມຸງຄຸນໃຫຍ່ຫລວງ’​’ ຫມາຍຄວາມວ່າບ່າວສາວຄູ່ນັ້ນ,​ ເມື່ອແຕ່ງກັນໄປແລ້ວຈະຕ້ອງເປັນຕົວຂອງຕົວເອງ,​ ເປັນເຮືອນເປັນຊານ ໂດຍບໍ່ຕ້ອງໄດ້ເພິ່ງພາໃຜ ໃຫ້ມາຊ່ວຍເຫລືອ ຫລືບໍ່ໄດ້ເອື່ອຍອີງໃຜ.

ແຕ່ຫາກແຫ່ເຂີຍໄປຕາມທາງແລ້ວພັກເຊົາ ແວ່ນັ່ນແວ່ນີ້,​ບ່າວສາວຄູ່ນັ້ນ ເມື່ອແຕ່ງກັນໄປກໍຈະພົບອຸປະສັກ ກໍຄື…​ຖ້າແວ່ຫລາຍເທື່ອຍິ່ງຈະເພີ່ມຄວາມລຳບາກ.

ໃນກໍລະນີເຈົ້າບ່າວຢູ່ໄກ ຫລືຕ່າງແຂວງ ແມ່ນໃຫ້ອາໄສເຮືອນຍາດຕິພີ່ນ້ອງທີ່ຢູ່ໃກ້ທີ່ສຸດເປັນຈຸດເລີ່ມຕົ້ນແຫ່ເທື່ອທຳອິດ ແລະບໍ່ແວ່ທີ່ໃດອີກ.

 

ຂະນະທີ່ແຫ່ເຂີຍໄປໃກ້ຈະເຖິງເຮືອນເຈົ້າສາວ,​ ຂະບວນແຫ່ກໍຈະມີການເບີກບານມ່ວນຊື່ນ,​ ຟ້ອນລຳ,​ ຮ້ອງໂຮແຊວ ເພື່ອເຕືອນໃຫ້ທາງຝ່າຍເຈົ້າສາວຮັບຮູ້ວ່າຂະບວນແຫ່ເຈົ້າບ່າວໃກ້ມາເຖິງແລ້ວ.

ສຳລັບເຄື່ອງປະກອບເຂີຍ,​ ຫາກຈະໃຫ້ຕາມທຳນຽມແທ້ໆແມ່ນຈະມີຜ້າບ່ຽງຊ້າຍ ພາຍດາບເບື້ອງຂວາ (ຫມາຍເຖິງຜູ້ໄປບຸກເບີກຊີວິດໃຫມ່), ມືຖືຂັນດອກໄມ້ ຍ່າງຢູ່ເຄິ່ງກາງຂະບວນ ແຕ່ຍ່າງຕາມຫລັງຜູ້ຖືຂັນຫມາກ.

ສຳລັບເຄື່ອງຂັນຫມາກມີຢູ່ 3 ຂັນຄື: ຂັນໃສ່ເງິນຄ່າດອງ,​ຂັນໃສ່ຫມາກຄ້ຽວ ແລະຂັນ ຫລືຫາບໃສ່ເຫລົ້າຢາປາແປ້ງ.​ສ່ວນເພື່ອນເຈົ້າບ່າວຈຳນວນຫນຶ່ງກໍຖືກົກກ້ວຍ-ອ້ອຍຮຽງຂ້າງ ດ້ວຍຄວາມເຊື່ອທີ່ວ່າເອົາໄປປູກຝັງໃຫ້ງອກເງີຍງາມດີເຫມືອນກັບການຕັ້ງຕົ້ນຊີວິດໃຫມ່ທີ່ຮຸ່ງເຮືອງສົດໃສ.

 

ໃນປັດຈຸບັນນີ້,​ ພິທີກຳການແຫ່ເຂີຍໃນງານແຕ່ງດອງ ໄດ້ຖືກປັບປ່ຽນໃຫ້ເຂົ້າກັບຍຸກສະໄຫມ ແລະຄວາມສະດວກສະບາຍ ເຊັ່ນ ຂະບວນການແຫ່ທີ່ສັ້ນລົງ,​ ບໍ່ອຶກກະທຶກຄຶກໂຄມກີດຂວາງການສັນຈອນ ໃນກໍລະນີທີ່ຢູ່ໃກ້ຖະຫນົນໃຫຍ່.​ ແຕ່ເຖິງແນວໃດ,​ ຂະບວນການແຫ່ເຂີຍກໍຍັງໄວ້ເຖິງຄວາມຄຶກຄື້ນມ່ວນຊື່ນຂອງບັນດາເພື່ອນຝູງ ແລະເຈົ້າໂຄດລຸງຕາຝ່າຍຊາຍ.

ປ.​ລ ນອກຈາກນັ້ນ ບາງທ້ອງຖິ່ນກໍຍັງປ່ຽນແທນການແຫ່ເຂີຍ ມາເປັນ ‘ການແຫ່ໃພ້’​ ໃນກໍລະນີເຈົ້າສາວແຕ່ງເຂົ້າເຮືອນເຈົ້າບ່າວ.