ເມືອງພຸກາມ

ຕັ້ງແຕ່ດຶກດຳບັນແຜ່ນດິນທີ່ລວມເປັນເມືອງມຽນມາ ຕອນໃກ້ຝັ່ງທະເລເປັນທີ່ຢູ່ຂອງຄົນຜິວດຳຜົມຢິກ ຝຣັ່ງຮຽກຊາວອິນໂດເນເຊຍ ໄທຮຽກວ່າເງາະ ຫລືຊາວນ້ຳ
ແຕ່ດອນຂື້ນໄປ ບໍ່ມີຮ່ອງຮອຍມະນຸດຈຳພວກໃດຢູ່ ຈົນເຖິງໃກ້ພຸດທະການ ຈື່ງມີມະນຸດທີ່ຝຣັ່ງຮຽກວ່າມົງໂຄລຽນອົບພະຍົກມາຈາກດິນແດນທີ່ເປັນເມືອງຈີນ ມາຕັ້ງພູມລຳເນົາມະນຸດທີ່ອົບພະຍົກມາຂັ້ນທຳອິດເວົ້າພາສາດຽວກັນ ມາຈາກດິນແດນຈີນພາກໃຕ້ທາງດຽວກັນແຕ່ມາແຍກກັນເມື່ອເຖິງແມ່ນ້ຳຂອງ ພວກຫນື່ງອົບພະຍົກຕໍ່ໄປທາງລຸ່ມແມ່ນ້ຳຂອງ ຕັ້ງພູມລຳເນົາທາງນັ້ນ ພາຍຫລັງໄດ້ນາມວ່າ ຂະເເມ ຫລື ຂອມ ພວກຫນື່ງອົບພະຍົບມາທາງລຸ່ມແມ່ນ້ຳເຈົ້າພະຍາ ມາໄດ້ນາມວ່າ ລາວ ຫລື ລາວ້າ ອີກກຸ່ມອົບພະຍົກໄປທາງລຸ່ມແມ່ນ້ຳສາລວິນ ຕັ້ງພູມລຳເນົາຢູ່ຊາຍທະເລໃກ້ປາກແມ່ນ້ຳ ຕໍ່ມາໄດ້ນາມວ່າ ມອນ ຂະຫຍາຍອານາເຂດຂື້ນໄປທາງເຫນືອຈົນເຖິງແມ່ນ້ຳສະໂຕງ ແລະແມ່ນ້ຳເອຣາວະດີ ພາຍຫລັງລວມກັນເປັນປະເທດມອນ ຕັ້ງເມືອງສະເທີມເປັນເມືອງຫລວງ


ຕໍ່ມາມີມົງໂຄເລຍອີກ 3 ຈຳພວກ ເວົ້າພາສາຕ່າງກັນ ເດີມຢູ່ດິນແດນຈີນທາງຕາເວັນຕົກ (ຕໍ່ດິນແດນທິເບດ) ອົບພະຍົກລົງມາທາງລຸ່ມແມ່ນ້ຳເອຣາວະດີ
ກຸ່ມທີ່1 ທີ່ນຳຫນ້າລົງມາກ່ອນ ຮຽກຕົວເອງວ່າພວກ ພາຍຸ ຕັ້ງພູມລຳເນົາໃນດິນແດນທີ່ພາຍຫລັງຕັ້ງເປັນເມືອງມຽນມາ ຕໍ່ແດນມອນໄປທາງເຫນືອ ລວມກັນເປັນປະເທດຫນື່ງ ຕັ້ງເມືອງສານເຂດເປັນເມືອງຫລວງ (ໃກ້ກັບເມືອງແປຣປະຈຸບັນ)
ກຸ່ມທີ່2 ອົບພະຍົບຕາມພວກພາຍຸລົງມາ (ຄືພວກກຳປູເຈຍຊັ້ນທຳອິດ) ຮຽກວ່າ ມ່ານ ຕັ້ງພູມລຳເນົາຢູ່ຂ້າງເຫນືອແດນຂອງພວກພາຍຸຂື້ນໄປຈົນຕໍ່ແດນ ເມືອງນານເຈົາ ຕັ້ງເມືອງຕະໂກ້ງເປັນເມືອງຫລວງ

ຈຳພວກທີ່3 ຮຽກວ່າ ກາຣັນ ຕັ້ງພູມລຳເນົາຢູ່ຊາຍທະເລອ່າວເບັງຄອລ ຕໍ່ມາເປັນປະເທດໄດ້ນາມວ່າ ຍັກໄຂ່ ສະເພາະແຜ່ນດິນທີ່ເປັນເມືອງມຽນມາດຽວນີ້ ຊາວເມືອງຊັ້ນເດີມຈື່ງເປັນ 3 ຊາດ ແບ່ງອານາເຂດກັນປົກຄອງເປັນ 3 ພາກ ພາກເຫນືອເປັນອານາເຂດຂອງພວກ ມ່ານ ພາກກາງເປັນອານາເຂດຂອງພວກພາຍຸ ພາກໃຕ້ເປັນອານາເຂດຂອງພວກມອນ
ພວກອິນໂດເນເຊຍທີ່ຢູ່ມາກ່ອນທົນພວກທີ່ມາໃຫ່ມບຽດບຽນບໍ່ໄຫວ ພາກັນອົບພະຍົກໄປຢູ່ກັບພວກ ທີ່ມີຢູ່ຕາມເກາະໃນມະຫາສະຫມຸດຫລືຫນີຂື້ນໄປອາໄສຢູ່ເທີງພູເຂົາ ເມື່ອຄົນເຫຼົ່ານີ້ມີເມືອງແລ້ວ ມີໃນເລື່ອງພົງສາວະດານອິນເດຍວ່າ ເມຶ່ອພະເຈົ້າຈັນທອນຄຸບ ຕົ້ນລາຊະວົງໂມຣີຍ (ອົງໄອຍະກາຂອງພະເຈົ້າອາໂສກມະຫາລາດ) ລະຫວ່າງ ພສ 222-246 ປະສົງຈະບຳລຸງເສດຖະກິດໃຫ້ຮຸ່ງເຮື່ອງ ຊົງແນະນຳອຸດຫນູນໃຫ້ຊາວອິນເດຍໄປຄ້າຂາຍຕາມຕ່າງປະເທດ

ຈື່ງປະນາມວ່າ ຊາວອິນເດຍເລີ່ມລົງມາຄ້າຂາຍທີ່ເມືອງຍັກໄຂ່ເມືອງສານເຂດ ເມືອງສະເທິມ (ແລະເດີນບົກຈາກເມືອງມອນມາເຖິງນະຄອນປະຖົມ ເມືອງຍັງເປັນເມືອງຫລວງຂອງພວກລາວ) ຕັ້ງແຕ່ປະມານ ພສ 230 ເປັນຕົ້ນມາ ລັກສະນະທີ່ພວກອິນເດຍມາຄ້າຂາຍນັ້ນ ທີ່ແຫ່ງໃດຂາຍດີກໍ່ຕັ້ງເປັນສະຖານີ ຜັດປ່ຽນກັນຢູ່ປະຈຳການ ຊາວອິນເດຍທີ່ມາຄ້າຂາຍລ້ວນເປັນຜູ້ຊາຍ ມັກມາໄດ້ຜູ້ຍິງຊາວເມືອງເປັນເມຍເລີຍຕັ້ງພູມລຳເນົາຢູ່ໃນທ້ອງຖິ່ນເກີດມີເຊື້ອສາຍຊາວອິນເດຍເປັນພົນລະເມືອງ

ຊາວອິນເດຍມີອະລິຍະທຳສູງກວ່າພວກຊາວເມືອງ ເມື່ອມາຢູ່ປະປົນກັນນານເຂົ້າກໍ່ເປັນຄູບາອາຈານ ນຳວິຊາຄວາມຮູ້ກັບທັງປະເພນີ ແລະສາສະຫນາມາປະດິດສະຖານໃນປະເທດເຫຼົ່ານີ້ໃນສະໄຫມພະເຈົ້າອາໂສກມະຫາລາດ (ພສ 268-300) ຊົງສະຖາປະນາສາສະຫນາພຸດເປັນສາສະຫນາສຳລັບປະເທດ ແລ້ວໃຫ້ທ່ຽວສັ່ງສອນພະພຸດທະສາສະຫນາໄປເຖິງນານາປະເທດ ພວກຊາວເມືອງຍັກໄຂ່ ເມືອງພາຍຸ ແລະເມືອງມອນ (ຕະຫລອດຈົນເຖິງພວກລາວທີ່ນະຄອນປະຖົມ) ກໍ່ນັບຖືພຸດທະສາສະຫນາແຕ່ນັ້ນມາ

ເມື່ອພຸດທະສາສະຫນາປະດິດຖານ ພວກພາຍຸທີ່ເມືອງສານເຂດຮຸ່ງເຮື່ອງອາຣິຍະທຳຍິ່ງກວ່າພວກອື່ນ ຮູ້ຈັກໃຊ້ຫນັງສືກ່ອນພວກມອນກັບພະມ່າເອົາແບບອັກສອນພາຍຸໄປແກ້ໄຂໃຊ້ເປັນຫນັງສືຂອງຕົນເມື່ອພາຍຫລັງສີລາຈາລຶກບູຮານທີ່ພົບໃນເມືອງມຽນມາຊັ້ນເກົ່າກ່ອນຫມູ່ລ້ວນເປັນອັກສອນແລພາສາພາຍຸ ສະຫຼຸບໂດຍຫຍໍ້ແຜ່ນດິນທີ່ເປັນເມືອງມຽນມາດຽວນີ້ ແບ່ງເປັນ 4 ອານາເຂດຄື ປະເທດມ່ານ ຍັກໄຂ່ ພາຍຸ ແລມອນ ຕິດຕໍ່ກັນມາຫລາຍຮ້ອຍປີ ຈື່ງເກີດການປ່ຽນແປງ ອັນເປັນຕົ້ນເລື່ອງຕຳນານເມືອງພຸກາມ


ຕຳນານເມືອງພຸກາມເປັນ 2 ພາກ ພາກຕົ້ນເປັນສະໄຫມພະຣາຊາທິບໍດີ ເລີ່ມຄວາມວ່າ ເມື່ອ ພສ 650 ພວກມອນຂະຫຍາຍອານາເຂດຂື້ນມາພາກເຫນືອ ຕີໄດ້ເມືອງສານ-ເຂດອັນເປັນຣາຊະທານີຂອງພວກພາຍຸ ພະເຈົ້າແຜ່ນດິນພາຍຸຖືກຈັບໄປເປັນຊະເລຍມີຣາຊະພາຄິໄນອົງຫນື່ງຊົງນາມ ສະຫມຸດລິດ ຫນີໄປໄດ້ພາພວກຂື້ນໄປທາງເຫນືອ ໄປຕັ້ງຖິ່ນຖານຢູ່ທີ່ປ່າ ປອກກັນ ພວກພາຍຸ ແລະພວກອື່ນທີ່ແຕກພ່າຍໄປທີ່ຕ່າງໆກໍ່ພາກັນໄປລວບລວມຢູ່ກັບເຈົ້າສະຫມຸດລິດຫລາຍຂື້ນຈົນມີຫມູ່ບ້ານເຖິງ 19 ບ້ານ ກໍ່ພ້ອມໃຈກັນຕັ້ງເຈົ້າສະຫມຸດລິດຂື້ນເປັນພະຣາຊາທິບໍດີ ຈື່ງເກີດເມືອງພຸກາມ ຂື້ນດ້ວຍປະການຊະນີ້

ສະໄຫມດຽວກັນ ປະເທດມຽນມາທາງເຫນືອຖືກພວກໄທຮຸກແດນເຂົ້າມາທາງຕາເວັນອອກ ອົບພະຍົບມາທາງຂ້າງໄດ້ເຈົ້າມ່ານອົງຫນື່ງເຄີຍຄອງເມືອງຕະໂກ້ງ ຊົງນາມປະຍິນສໍຕີ ເປັນສິດສຳນັກພະຍາເສຕຍອງ ພາກັນຫນີໄພມາເພື່ງບຸນເຈົ້າສະຫມຸດລິດ ຕັ້ງແຕ່ຍັງຫນຸ່ມ ຄັ້ນເຈົ້າປາຍິນສໍຕີເຕີບໃຫ່ຍມີຄວາມສາມາດໃນການຮົບພຸ່ງ ເຈົ້າສະຫມຸດລິດຈື່ງໃຫ້ອະພິເສກກັບລາຊະທິດາ ແລະຕັ້ງໃຫ້ເປັນມະຫາອຸປະລາດ

ເມື່ອເຈົ້າສະຫມຸດລິດສິ້ນພະຊົນ ເຈົ້າປາຍິນສໍຕີສະຫນອງຄຸນອາຈານ ເຊີນໃຫ້ຍາເສຄຍອງລາສິກຂາ ຂື້ນຄອງລາຊະສົມບັດຕົວເອງຄົງເປັນແຕ່ມະຫາອຸປະລາດ ຈົນອາຈານສິ້ນພະຊີບແລ້ວ ຈື່ງຂື້ນເປັນພະເຈົ້າແຜ່ນດິນ ເຈົ້າປາຍິນສໍຕີເປັນກະສັດມ່ານອົງທຳອິດ ທີ່ຄອງເມືອງພຸກາມ ແຜ່ອານາເຂດຂື້ນໄປກວ້າງຂວາງ ປະສົງໃຫ້ຕ່າງຊາດຕ່າງພາສາ ເປັນພົນລະເມືອງພວກດຽວກັນ ຈື່ງໃຫ້ໃຊ້ຄຳ ມະຣັມມະ ເປັນນາມຮຽກຊາວເມືອງໃນອານາເຂດພຸກາມ ເປັນມູນຂອງຄຳຮຽກ ມຽນມາ ຈື່ງເກີດປະເທດມຽນມາຂື້ນເປັນຄູ່ແຂ່ງກັບປະເທດມອນມານັບແຕ່ນັ້ນ